ຍິນດີຕ້ອນຮັບ

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ

ກ່ຽວກັບພວກເຮົາ

ຂໍ້ມູນຂອງອົງກອນ

  • ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ (ຣາຊ-ລາວ) ສ້າງຕັ້ງຂຶ້ນເມື່ອວັນທີ 08 ພຶດສະພາ 2009 ເປັນວິສາຫະກິດຈົດທະບຽນໃນຮູບແບບບໍລິສັດຈໍາກັດ ດໍາເນີນກິດຈະການຢູ່ໃນ ສປປ ລາວ, ມີສໍານັກງານໃຫຍ່ຕັ້ງຢູ່ເຮືອນເລກທີ 187, ໜ່ວຍ 12, ຖະໜົນ ໄກສອນ ພົມວິຫານ, ບ້ານໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ ເບີໂທລະສັບ: 021 454 696, 454 074, ແຟັກ: 021 454 075.
  • ຣາຊ-ລາວ ເປັນບໍລິສັດຍ່ອຍຂອງ ບໍລິສັດ ຣາຊ ກຣຸບ ຈຳກັດ (ມະຫາຊົນ) ທີ່ມີພະນັກງານທັງໝົດ 184 ຄົນ, ຣາຊ-ລາວ ດຳເນີນການລົງທຶນໃຫ້ແກ່ ຣາຊ ກຣຸບ ໂດຍການສະໜອງການບໍລິການດຳເນີນງານ ແລະ ບຳລຸງຮັກສາ ສຳລັບໂຮງໄຟຟ້າ.

ທຸລະກິດປະຈຸບັນຂອງບໍລິສັດ

  • ເງິນລົງທຶນໃນບໍລິສັດທັງໝົດ 1000 ພັນລ້ານບາດ
  • ລົງທຶນໃນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ 5.65%
  • ລົງທຶນໃນ ບໍລິສັດ ເອເຊຍ ນ້ຳປະປາ ຈຳກັດ 40%
  • ລົງທຶນໃນ ບໍລິສັດ ສີພັນດອນຣາຊ-ລາວ ຈຳກັດ 100,000 ​ໂຕນ/ປີ 25%
  • ລົງທຶນໃນ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ 9.91%
  • ບໍລິການດຳເນີນງານ ແລະ ບຳລຸງຮັກສາ ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ
  • ບໍລິການດຳເນີນງານ ແລະ ບຳລຸງຮັກສາ ເຂື່ອນໄຟຟ້ານ້ຳງຽບ 1
  • ບໍລິການດຳເນີນງານ ແລະ ບຳລຸງຮັກສາ, ການບໍລິຫານຈັດການ ບໍລິສັດ ເອເຊຍ ນ້ຳປະປາ ຈຳກັດ

ແຜນການໃນອະນາຄົດ

  • ພັດທະນາໂຄງການເຂື່ອນໄຟຟ້າພະລັງງານນໍ້າ ເຊກອງ 4A&4B
  • ພັດທະນາການບໍລິການດຳເນີນງານ ແລະ ບຳລຸງຮັກສາ ສຳລັບ ບໍລິສັດ ໄຟຟ້ານໍ້າລິກ 1 ຈຳກັດ
  • ຂະຫຍາຍທຸລະກິດການສະໜອງນໍ້າປະປາ

ການດຳເນີນງານ ແລະ ບຳລຸງຮັກສາ ໂຮງໄຟຟ້າຫົງສາ

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ເປັນບໍລິສັດຍ່ອຍຂອງ ບໍລິສັດ ຣາຊ ກຣຸບ ຈຳກັດ (ມະຫາຊົນ) ເຊິ່ງໃນປັດຈຸບັນໄດ້ໃຫ້ບໍລິການດຳເນີນງານ ແລະ ບຳລຸງຮັກສາໂຮງໄຟຟ້າຫົງສາ ທີ່ຕັ້ງຢູ່ແຂວງໄຊຍະບູລີ, ສປປ ລາວ ແລະ ໄດ້ຖືຮຸ້ນ 40% ໂດຍ ຣາຊ ເຊິ່ງມີກໍານົດການດໍາເນີນງານທາງການຄ້າໃນປີ 2015 ແລະ ຈະຈໍາໜ່າຍໄຟຟ້າໃຫ້ແກ່ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຕາມສັນຍາຊື້-ຂາຍໄຟຟ້າ ເປັນເວລາ 25 ປີ.

ການດຳເນີນງານ ແລະ ບຳລຸງຮັກສາ ເຂື່ອນໄຟຟ້ານໍ້າງຽບ 1

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ໄດ້ລົງນາມໃນສັນຍາຈັດສົ່ງບຸກຄະລາກອນ ດ້ານການດຳເນີນງານ ແລະ ບຳລຸງຮັກສາ ທີ່ເຂື່ອນໄຟຟ້ານໍ້າງຽບ 1 ກັບ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ດ້ວຍມູນຄ່າສັນຍາ 36,67 ລ້ານບາດ ແລະ ມີຜົນບັງຄັບໃຊ້ເປັນເວລາ 58 ເດືອນ ໂດຍເລີ່ມຕັ້ງແຕ່ເດືອນ ພຶດສະພາ 2020 ຈົນເຖິງ ເດືອນ ກຸມພາ 2025.

ໂຮງງານຜະລິດນໍ້າປະປາແສນດິນ

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ໄດ້ລົງນາມໃນສັນຍາຜູ້ຖືຮຸ້ນ ແລະ ສັນຍາຊື້-ຂາຍຮຸ້ນ ເພື່ອເຂົ້າຊື້ຮຸ້ນ ຈຳນວນ 40% ຂອງທຶນຈົດທະບຽນ ຂອງບໍລິສັດ ເອເຊຍ ນໍ້າປະປາ ຈໍາກັດ. (ໂຄງການຜະລິດນໍ້າປະປາແສນດິນ ໃນ ສປປ ລາວ ມີອາຍຸການສຳປະທານ 50 ປີ ໂດຍມີກຳລັງການຜະລິດລວມ 48,000 ແມັດກ້ອນຕໍ່ມື້)

ເຊື້ອເພີງຊີວະມ້ວນອັດເມັດ

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ຖືຮຸ້ນ 25% ໃນຂະນະທີ່ ບໍລິສັດ ບູຣີຣັມ ກຣີນ ເອັນເນີຈີ້ ຈໍາກັດ (Buriram Green Energy Company Limited – BGE) ແລະ ບໍລິສັດ ສີພັນດອນ ບໍລະເວນ ພັດທະນາ ຈຳກັດ ຖືຮຸ້ນ 65% ແລະ 10% ຕາມລໍາດັບ ໄດ້ຮ່ວມກັນສ້າງຕັ້ງ ບໍລິສັດ ສີພັນດອນຣາຊ-ລາວ ຈໍາກັດ ເພື່ອດໍາເນີນໂຄງການຜະລິດເຊື້ອເພີງຊີວະມ້ວນອັດເມັດ.

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ຖືຮຸ້ນ 5,65% ແລະ ບໍລິສັດ RH International (Singapore) Corporation Pte. (RHIS) ຖືຮຸ້ນ 4,46% ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ. ບໍລິສັດ ຣາຊ ກຣຸບ ຖືຮຸ້ນ ຈໍານວນ 123.947.351 ຮຸ້ນ ເຊິ່ງກວມເອົາ 10,11% ຂອງຮຸ້ນທັງໝົດ ແລະ ມີມູນຄ່າການຈອງຮຸ້ນທັງໝົດ ປະ ມານ 2.084 ຕື້ບາດ.

ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ໄດ້ລົງນາມໃນສັນຍາຊື້-ຂາຍຮຸ້ນ ກັບ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ເພື່ອຈອງຊື້້ຮຸ້ນ ຈຳນວນ 9,91% ຂອງຮຸ້ນສາມັນທີ່ອອກໃໝ່ ໂດຍມີມູນຄ່າ 190 ລ້ານບາດ. ດັ່ງນັ້ນ, ຣາຊ-ລາວ ຈຶ່ງໄດ້ເຂົ້າຮ່ວມກັບໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ, ສປປ ລາວ ເຊິ່ງເປັນໂຮງໝໍເອກະຊົນລະດັບແຖວໜ້າ ທີ່ໃຫ້ການບໍລິການທາງດ້ານການແພດແບບຄົບວົງຈອນ ດ້ວຍຂະໜາດບັນຈຸ 254 ຕຽງ. ໂຮງໝໍດັ່ງກ່າວ ຄາດວ່າຈະເລີ່ມເປີດບໍລິການໃນວັນທີ 19 ສິງຫາ 2021 ໂດຍມີຈໍານວນ 110 ຕຽງ ໃນໄລຍະທຳອິດ.

RATCH Group investment in Laos

  • ຣາຊ ກຣຸບ ແລະ ຣາຊ-ລາວ ໄດ້ສະໜອງງົບປະມານສະໜັບສະໜູນ ຈຳນວນ 4 ລ້ານບາດຕໍ່ປີ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເພື່ອປັບປຸງໂຮງຮຽນ ແລະ ອຸປະກອນການສຶກສາ ໃນ ສປປ ລາວ.
  • ຣາຊ-ລາວ ຮ່ວມກັບໜ່ວຍງານຂອງລັດຖະບານ ໄດ້ໃຫ້ການສະໜັບສະໜູນເງຶນທຶນໝູນວຽນແກ່ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ດ້ວຍການມອບທຶນແບບບໍ່ມີດອກເບ້ຍ ໃຫ້ແກ່ ນັກຮຽນຜູ້ດ້ອຍໂອກາດ ເພື່ອຍົກລະດັບຄວາມຮູ້ວິຊາການ ແລະ ທັກສະສີມືແຮງງານ ໃຫ້ມີອາຊີບທີ່ໝັ້ນຄົງ ໂດຍຜ່ານໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ທີ່ມີມູນຄ່າຫຼາຍກວ່າ 224 ລ້ານກີບ.
  • ຣາຊ-ລາວ ຍັງຄົງໃຫ້ການສົ່ງເສີມບັນດາກິດຈະກຳຕ່າງໆ ໃນ ສປປ ລາວ ເຊັ່ນ ໄພທຳມະຊາດ (ອາຫານທ່ຽງ ສຳລັບໂຮງໝໍເມືອງ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ – 19, ການບໍລິຈາກເພື່ອຕ້ານໄພໜາວ), ໂຄງການພະລັງງານທົດແທນ, ໂຄງການປູກພືດຜັກສະອາດ – ປອດສານພິດ.
  • ໃນປີ 2022, ຣາຊ-ລາວ ໄດ້ສົມທົບທຶນເພື່ອກໍ່ສ້າງ-ປັບປຸງອາຄານຮຽນ ພ້ອມທັງມອບອຸປະກອນການຮຽນ ແລະ ເຄື່ອງໃຊ້ຕ່າງໆ ລວມມູນຄ່າ 180,000,000 ກີບ ທີ່ບ້ານພູຫຼວງ ເມືອງຮ້ຽມ ແຂວງຫົວພັນ.

ຕິດຕໍ່ເຮົາໄດ້

Find Us
Follow Us

ຕິດຕໍ່ທາງເມວ